Red Rose of Last Year

59. ກຸຫລາບແດງເມື່ອປີກ່ອນ


Older Posts Home
Subscribe to: Posts (Atom)

Xaysouvanh Phengphong - the bilingual Poet

Xaysouvanh Phengphong - the bilingual Poet

ຄໍານໍາ

ກອນເສຣີ (ເສລີ) ຫລືກະວີອິດສຣະແມ່ນ
ກອນປະເພດນຶ່ງທີ່ໄດ້ຮັບການແຜ່ຫລາຍ
ຢູ່ໃນວົງການກະວີນິພົນສາກົນ.
ເນື່ອງຈາກວ່າມັນເປັນສາກົນອີ່ຫລີເພາະ
ວ່າ ປະເພດກອນຕ່າງໆໃນຫລາຍປະເທດ
ລ້ວນແລ້ວແຕ່ມີຜັງກອນຈຳເພາະ ຫລື
ວິທີແຕ່ງທີ່ຈໍາກັດຢູ່ໃນຫລັກໄວຍາກອນ
ຫລືຕໍາລາການປະພັນຂອງປະເທດນັ້ນໆ.
T.S. Eliot ຜູ່ປະພັນ"ບົດກະວີທີ່ນໍາໃຊ້
ຫລາຍໃນສະຕະວັດທີ 21" ໄດ້ກ່າວໄວ້ວ່າ
"ກອນເສລີເປັນສຽງຮຽກຮ້ອງເພື່ອອິດ
ສຣະພາບ ແຕ່ວ່າມັນບໍ່ມີອິດສຣະພາບ
ຢູ່ໃນສິລະປະ" ບັດແລ້ວກໍສລູບໄວ້ວ່າ:
"ມັນມີກອນມ່ວນ ແລະບໍ່ມ່ວນ ແລະ
ກອນທີ່ຊາລື"... ເພິ່ນໝາຍເຖິງຫຍັງ?
ກອນເສຣີ ບໍ່ມີຜັງກອນ ບໍ່ມີຄໍາປະຈໍາທີ່
ບໍ່ມີການສຳຜັດ ບໍ່ມີຈໍານວນພະຍາງ
ແຕ່ກໍມີການເອົາໃຈໃສ່ເປັນພິເສດ.
ສ່ວນຫລາຍແລ້ວ ນັກກະວີຜູ່ປະສົບຜົນ
ສຳເລັດໃນກອນເສຣີ ແມ່ນມີປະສົບການ
ຮູ້ຫລັກການຂອງການແຕ່ງກອນທັມ-
ມະດາມາກ່ອນແລ້ວ.
ຜູ່ແຕ່ງກອນເສຣີ ຕ້ອງຮູ້ປະດິດສ້າງ ແຕ່
ບໍ່ພິຖີພິຖັນໃນຜັງກອນ ຈໍານວນພະຍາງ
ການສຳຜັດ ພຽງແຕ່ຂຽນທຸກຢ່າງອອກ
ຈາກຫົວຂອງຕົນເອງໃນຕອນນັ້ນໂລດ...
ການລົງແຖວ ຫລືສິ້ນສຸດແຖວກໍມີ
ຄວາມສໍາຄັນ ຜູ່ແຕ່ງຕ້ອງຕັດສິນໃຈ
ເພື່ອໃຫ້ຜູ້ອ່ານຢຸດຫັນໃຈ ຫລືສົນໃຈຄຶດ
ວາດພາບ...ຢູ່ບ່ອນລົງແຖວນີ້ ຜູ່ແຕ່ງ
ຕ້ອງເລືອກເຟັ້ນຄໍາສັບຫລືພະຍັນຊນະ
ໃຫ້ສອດຄ່ອງເພື່ອໃຫ້ຜູ້ອ່ານເກີດອາຣົມ
ຈິດ...ການເນັ້ນໜັກບາງຄໍາສັບ ຫລື
ປໂຍກເປັນອີກປະເດັນນຶ່ງເພື່ອໃຫ້ເຫດ
ການນັ້ນໆ ຫລືຈິນຕະນາພາບນັ້ນໆ ພົ້ນ
ເດັ່ນຂຶ້ນຕື່ມ...

ການໂຮມກອນເສລີສະບັບອ໋ອນລາຍນີ້
ແມ່ນເລືອກເຟັ້ນມາຈາກປຶ້ມອ໋ອນລາຍ
ຫົວທີ 1 ຫາ 4 .. ຈໍານວນບົດມີຈໍານວນ
ຈໍາກັດທາງດ້ານເທັກນິກ. ບົດສ່ວນ
ຫລາຍມີເປັນພາສາອະເມຣິກັນແລ້ວ.
(ເຄີຍເວົ້າເລື້ອຍໆວ່າກະວີພາສາອະເມ-
ຣິກັນ ເນື່ອງຈາກວ່າເຄີຍໃຊ້ກະວີພາສາ
ອັງກິດມາຮອດພຽງສະຕະວັດທີ 19
ເມື່ອຕົກມາຮອດສະຕະວັດທີ 20 -21
ແລ້ວເພິ່ນແຍກເປັນບົດກະວີພາສາ
ອັງກິດແລະພາສາອະເມຣິກັນ.)

ມີໂຄງການຈະພິມເປັນປຶ້ມພາສາອະເມ-
ຣິກັນໃນປີ 2020 ນີ້. ໂດຍຈະໃສ່ຊື່ວ່າ
Red Rose of Last Year ໃນປື້ມຈະມີ
80 ບົດ ພຽງແຕ່ວ່າຕ້ອງລໍຖ້າໃຫ້ 40%
ຂອງປຶ້ມໄດ້ຖອດເປັນພາສາອະເມຣິກັນ
ກ່ອນ ຄາດການຈະພິມໃນກາງປີ.

ຂໍອວຍພອນໃຫ້ທຸກໆທ່ານທີ່ສົນໃຈ
ຕິດຕາມຜົນງານ ຈົ່ງມີສຸຂະພາບສົມບຸນ
ມີຈິດໃຈເບີກບານດ້ວຍເຖີ້ນ!
24 ມັງກອນ 2020

ສາຣະບານ

  • ▼  2020 (60)
    • ▼  January 2020 (60)
      • 00. ໜ້າປົກ
      • 01. ສຽງແຄນ
      • 02. ບັດອວຍພອນແດ່...
      • 03. ແສງທອງວັນໃໝ່
      • 04. ຜູ້ເດີນທາງໄກ
      • 05. ປ່ອງຢ້ຽມ
      • 06. ເສັ້ນທາງ
      • 07. ຢາກຈະຮ້ອງໄຫ້
      • 08. ລົມທົ່ງ
      • 09. ສຽງນົກໃນປ່າໄຮ້ໃບ
      • 10. ວັນນີ້ເມື່ອປີກາຍ
      • 11. ຊົມທົ່ງຕໍ່ເຟືອງ
      • 12. ເພື່ອນຂ້ອຍ
      • 13. ຫົວສ້ວມ
      • 14. ໄຂ່ໄກ່
      • 15. ຄວາມເຊື່ອ
      • 16. ແດ່...ລູກອີສານ
      • 17. ມັກແລະມ່ວນ
      • 18. ເຈັ້ຽຂາວແຫ່ງຊີວິດ
      • 19. ຄົນສ້າງກະວີ
      • 20. ເງົາຮັກ
      • 21. ຫຸ່ນຫິມມະຂອງ...
      • 22. ເຖິງຊີວິດບໍ່ຢາກ
      • 23. ຄວາມສຸກໃຈ
      • 24. ອະນາຄົດໃນມ່ານໝອກ
      • 25. ໃນຄວາມມືດ
      • 26. ໄຟຟ້ອນ
      • 27. ວີວງາມ
      • 28. ເຄື່ອງມື
      • 29. ນໍ້າຕາ
      • 30. ຮອຍຍິ້ມຍາມເຊົ້າ
      • 31. ດ້ວຍຄວາມຮັກ
      • 32. ຂ້ອຍຄືໃຜ?
      • 33. ປັນຍາຊົນຄອງເດີມ
      • 34. ຄົນໃຈບຸນ
      • 35. ຖ້າວ່າຄົນ...
      • 36. ນົກຂອງຜູ້ກ້າ
      • 37. ວິທະຍຸຂອງແມ່
      • 38. ສຽງຫົວໃນມື້ເບີກເງິນ
      • 39. ສຽງຜີວຂ້າງຕຽງ
      • 40. ຫໍ່ໍຂອງຂວັນ
      • 41. ຮູບທີ່ຂ້ອຍຊອກຫາ
      • 42. ຄືນນຶ່ງຜ່ານໄປ
      • 43. ຮ້ານຂາຍດອກໄມ້
      • 44. ໃນຄວາມມືດ
      • 45. ອິສຣະໃນຫົວໃຈ
      • 46. ຝົນວານນີ້
      • 47. ມີເຈົ້າຢູ່ໃນສຽງເພງ
      • 48. ຜູ້ນໍາໃນຝັນ
      • 49. ໝາກເຊີຣີແດງ
      • 50.​ ພິນສາຍກາງຂອງເຫລົ້າ
      • 51. ຍິ້ມໃນຄືນແຮມ
      • 52. ຖົງລົມ
      • 53. ຊາເຢັນ
      • 54. ຕອກມັດເຂົ້າຕົ້ມ
      • 55. ເມື່ອຂ້ອຍຍັງຫົນໃຈ!
      • 56. ຈັບມືກັນກ້າວໄປ
      • 57. ທີ່ນີ້ ບໍ່ຂາຍວິນຍານ
      • 58. ຢາກມີຮ້ອຍມື
      • 59. ກຸຫລາບແດງເມື່ອປີກ່ອນ

ຄລິກອ່ານຜົນງານອື່ນໆ

ຄລິກອ່ານຜົນງານອື່ນໆ

Total Pageviews

Powered By Blogger
Copyright © 2020 Xaysouvanh Phengphong. Simple theme. Powered by Blogger.